Skip to main content

Senior Area Sales Executive - General Trade (Laos)

Vientiane Prefecture, Laos

Professional seated at a conference table with laptops and a presentation screen in a modern office setting
Job ID:
R-1177258
Date posted:
05/03/2026
Job Type:
Full time
Job Category:
Customer Development

Job Details

Apply

ຕຳແໜ່ງ Senior Area Sales Executive – General Trade (ລາວ)
ຈະຮັບຜິດຊອບນຳພາ ແລະ ບໍລິຫານທີມຂາຍຂອງຕົວແທນຈຳໜ່າຍ ພາຍໃນເຂດພື້ນທີ່ທີ່ໄດ້ຮັບມອບໝາຍ.
ບົດບາດນີ້ມີຈຸດປະສົງເພື່ອຂັບເຄື່ອນການເຕີບໂຕຂອງຍອດຂາຍ, ຮັບປະກັນການກະຈາຍສິນຄ້າແລະການແສດງສິນຄ້າທີ່ດີ, ເພີ່ມການຄຸ້ມຄອງເຂດພື້ນທີ່ ແລະ ເພີ່ມສ່ວນແບ່ງຕະຫຼາດ.
ຕຳແໜ່ງນີ້ຕ້ອງການຄວາມເປັນຜູ້ນຳທີ່ເຂັ້ມແຂງ, ຄວາມເຂົ້າໃຈທາງທຸລະກິດ ແລະ ການຂາຍ, ພ້ອມທັງຄວາມເຂົ້າໃຈເລື່ອງ Working Capital, ROI ແລະ ການດຳເນີນງານ FMCG.

ໜ້າທີ່ຄວາມຮັບຜິດຊອບຫຼັກ

ກົນລະຍຸດການຂາຍ & ການດຳເນີນງານ

  • ນຳໃຊ້ກົນລະຍຸດການຂາຍຢ່າງມີປະສິດທິຜົນ ໂດຍແປງລຳດັບຄວາມສຳຄັນຂອງ CD ແລະ ນະໂຍບາຍບໍລິສັດໄປເປັນການປະຕິບັດທີ່ດີເລີດ
  • ກຳນົດ ແລະ ຄວບຄຸມເປົ້າໝາຍຍອດຂາຍສຳລັບຕົວແທນຈຳໜ່າຍ
  • ຊີ້ນຳ ແລະ ສະໜັບສະໜູນທີມຂາຍຂອງຕົວແທນໃນການຄົ້ນຫາໂອກາດ, ການຕໍ່ຮອງ ແລະ ການປິດການຂາຍ
  • ລົງເຂດຕະຫຼາດເປັນປະຈຳ ເພື່ອກວດສອບຄວາມພ້ອມຂອງສິນຄ້າ, ການແສດງສິນຄ້າ ແລະ ການດຳເນີນໂປຣໂມຊັນ
  • ຕິດຕາມການເຄື່ອນໄຫວການຂາຍ ແລະ ສະໜັບສະໜູນໂຄງການ MDM ເພື່ອເພີ່ມການເຂົ້າຖືກແບຣນ ແລະ ສ່ວນແບ່ງຕະຫຼາດ
  • ວິເຄາະຂໍ້ມູນຕະຫຼາດ, ແນວໂນ້ມ ແລະ ໂອກາດໃນທຸກຊ່ອງທາງ ແລະ ປະເພດສິນຄ້າ

ການບໍລິຫານແລະພັດທະນາທີມ

  • ຮ່ວມມືກັບຄູ່ຄ້າຕົວແທນໃນການຮັບສະໝັກ, ຝຶກອົບຮົມ ແລະ ສ້າງແຮງຈູງໃຈໃຫ້ທີມຂາຍ
  • ກຳນົດ KPI ຢ່າງຊັດເຈນ ແລະ ປະເມີນຜົນການເຮັດວຽກ
  • ໃຫ້ຄຳແນະນຳ ແລະ ຂໍ້ສະເໜີແບບສ້າງສັນເພື່ອປັບປຸງປະສິດທິພາບ
  • ສ້າງບັນຍາກາດການເຮັດວຽກທີ່ດີ ແລະ ຄວາມຮ່ວມມື

ການບໍລິຫານຄວາມສຳພັນລູກຄ້າ

  • ສ້າງ ແລະ ຮັກສາຄວາມສຳພັນທີ່ແນ່ນແຟ້ນກັບລູກຄ້າຫຼັກ ແລະ ຄູ່ຄ້າທາງທຸລະກິດ
  • ແກ້ໄຂບັນຫາລູກຄ້າຢ່າງທັນເວລາເພື່ອຮັກສາຄວາມພຶງພໍໃຈ
  • ຕິດຕາມຂໍ້ມູນຕະຫຼາດ, ຄວາມຕ້ອງການລູກຄ້າ ແລະ ກິດຈະກຳຄູ່ແຂ່ງເພື່ອຊອກຫາໂອກາດໃໝ່

ການບໍລິຫານເຂດພື້ນທີ່ & ຮ້ານຄ້າ

  • ພັດທະນາ ແລະ ດຳເນີນແຜນຄຸ້ມຄອງຮ້ານຄ້າ (ຮ້ານຕົງ & ຮ້ານຄວບຄຸມ)
  • ຮັບປະກັນການຈັດເສັ້ນທາງ (PJP) ແລະ ຄວາມຖີ່ໃນການເຂົ້າຢ້ຽມຂອງພະນັກງານຂາຍ
  • ເສີມສ້າງພື້ນຖານການຂາຍຜ່ານການພັດທະນາ FCS (Field Capability Score)

ລາຍງານ, ROI & Working Capital

  • ຈັດທຳການຄາດຄະເນຍອດຂາຍ, ແຜນໂປຣໂມຊັນ ແລະ ລາຍງານລາຍວັນ/ລາຍອາທິດ/ລາຍເດືອນ ຢ່າງຖືກຕ້ອງ
  • ວິເຄາະຂໍ້ມູນເພື່ອຊອກຫາຂໍ້ບົກພ່ອງ ແລະ ສະເໜີແນວທາງແກ້ໄຂ
  • ເຂົ້າຮ່ວມການທົບທວນທຸລະກິດປະຈຳເດືອນກັບຄູ່ຄ້າຕົວແທນ
  • ສະໜັບສະໜູນ RSM ໃນການວິເຄາະ ROI ແລະ Working Capital ເພື່ອຮັບປະກັນກຳໄລ ແລະ ການໄຫຼເງິນສົດທີ່ດີ

ທັກສະ & ຄຸນວຸດທິ

  • ປະລິນຍາຕີໃນສາຂາທີ່ກ່ຽວຂ້ອງ
  • ປະສົບການ 1–3+ ປີ ໃນວຽກງານຂາຍ, ໂດຍເປັນພິເສດໃນອຸດສາຫະກຳ FMCG
  • ມີພື້ນຖານທີ່ແຂງແຮງໃນການດຳເນີນງານຂາຍ ແລະ ມີລະບຽບວິໄນໃນການເຮັດວຽກ
  • ມີຜົນງານພິສູດໃນການບັນລຸເປົ້າໝາຍ ແລະ ຂັບເຄື່ອນການເຕີບໂຕທຸລະກິດ
  • ທັກສະການນຳພາ ແລະ ການບໍລິຫານທີມດີເລີດ
  • ຄວາມສາມາດໃນການສ້າງຄວາມສຳພັນ ແລະ ການຕໍ່ຮອງ
  • ແນວຄິດການວິເຄາະ ແລະ ຄວາມສາມາດແປຜົນຂໍ້ມູນ ແລະ ແນວໂນ້ມ
  • ມີຄວາມມຸ່ງມັ່ນ, ມີລະບຽບວິໄນ, ອົດທົນ ແລະ ມຸ່ງເນັ້ນຜົນໄດ້ຮັບ
  • ສາມາດເຮັດວຽກພາຍໃນຄວາມກົດດັນ ແລະ ເດີນທາງໄດ້ຕາມຄວາມຈຳເປັນ
  • ມີປະສົບການໃນການຈັດທຳລາຍງານ ແລະ ການວິເຄາະຂໍ້ມູນການຂາຍ

Unilever is an organisation committed to equity, inclusion and diversity to drive our business results and create a better future, every day, for our diverse employees, global consumers, partners, and communities. We believe a diverse workforce allows us to match our growth ambitions and drive inclusion across the business. At Unilever we are interested in every individual bringing their ‘Whole Self’ to work and this includes you! Thus if you require any support or access requirements, we encourage you to advise us at the time of your application so that we can support you through your recruitment journey.

Apply

Related Content

Explore stories, insights, and ideas from across our business, brands and teams.

Join our talent network

Make sure you see job opportunities when they become available. Just leave details here to stay up to date with jobs that suit you and your skills.


* Indicates required field

Interested InSelect a job category from the list of options. Search for a location and select one from the list of suggestions. Finally, click “Add” to create your job alert.

Connect with us

We're always looking to connect, find out more on our social channels.

Contact us

Get in touch with Unilever PLC and specialist teams in our headquarters, or find contacts around the world.

Contact us